ກອງປະຊຸມສະມາຊິກ ສງລ ປະຈໍາປີ 2020

image

ໃນເວລາ 8:30 ໂມງ, ຕອນເຊົ້າຂອງວັນທີ່ 17 ທັນວາ 2020, ຢູ່ທີ່ຫ້ອງປະຊຸມໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ, ທາງສະມາຄົມສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຜົນການ ເຄື່ອນໄຫວກິດຈະກໍາປະຈໍາປີ 2020 ຂອງ ສງລ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານກອງປະຊຸມຮ່ວມໂດຍ ທ່ານ ພັນທະບຸນ ໄຊຍະເພັດ, ຮອງຫົວໜ້າກົມ ຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຄໍາບູນ ວົງສີພັນດອນ ປະທານສະພາບໍລິຫານ ສງລ, ຊື່ງປະ ກອບມີຜູ້ເຂົ້າຮ່ວມຈາກ: ກົມຄຸ້ມຄອງສະຖາບັນການເງິນ ທະນາຄາແຫ່ງ ສປປ ລາວ, ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ອົງການ (DGRV) ແລະ ຕາງໜ້າຈາກ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ທີ່ເປັນສະມາຊິກ ສງລ ຈໍານວນ 13 ແຫ່ງ ໃນກອງປະຊຸມຄັ້ງນີ້ລວມມີຜູ້ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 10 ທ່ານ


image