ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດແມ່ນຫຍັງ ?
ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫຼື ຂຽນຫຍໍ້ "ສສງ"
ແມ່ນການຈັດຕັ້ງທຸລະກິດລວມໝູ່ຂອງຜູ້ທີ່ປະກອບອາຊີບດຽວກັນ ຫຼື
ອາຊີບອື່ນທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ເພື່ອຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ທາງດ້ານທຶນຮອນ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດຕາມຂໍ້ຕົກລົງສະບັບເລກທີ 695/ທຫລ, ລົງວັນທີ
06/ທັນວາ 2021.
"ສ້າງຄວາມໝັ້ນຄົງໃຫ້ສະຫະກອນສິນເຊື່ອເພື່ອຕອບສະໜອງຄວາມຕ້ອງການດ້ານການເງິນໃຫ້ຊຸມຊົນ ບົນພື້ນຖານຫຼັກການ ການຮ່ວມມື"