ຟຣິດຣິກວິນລຽມ ໄຣໄຟເຊັນ ປຽບເໜືອນເປັນພໍ່ສະຫະກອນສິນເຊື່ອໂລກ


ສະຫະກອນສິນເຊື່ອ ເກີດຂຶ້ນຄັ້ງທຳອິດທີ່ປະເທດເຢຍລະມັນ ໂດຍທ່ານໄຣໄຟເຊັນ ດ້ວຍເຫດທີ່ທ່ານເກີດມາໃນລະຫວ່າງທີ່ປະເທດໄດ້ພົບພໍ້ບັນຫາຕ່າງໆທາງດ້ານເສດຖະກິດ, ເມືອງເກີດຂອງທ່ານແມ່ນຢູ່ ແຄ້ວນໄຣ ຊຶ່ງເປັນເມືອງທີ່ເຮັດກະສິກຳຫຼາຍ ທ່ານຈຶ່ງມີໂອກາດໃຊ້ຊີວິດຢູ່ນຳຊາວນາຕັ້ງແຕ່ຍາມເປັນເດັກນ້ອຍ. ສະພາບຄວາມເດືອດຮ້ອນ, ຄວາມອຶດຢາກຂອງຊາວນາທີ່ທ່ານໄດ້ເຫັນເຮັດໃຫ້ມີຄວາມຮູ້ສຶກຄືກັບປະສົບຄວາມເດືອດຮ້ອນດ້ວຍໂຕເອງ. ຕໍ່ມາ ທ່ານໄຣໄຟເຊັນ ໄດ້ຮັບແຕ່ງຕັ້ງເປັນເຈົ້າເມືອງເມືອງເວເຍີບັດ ຊຶ່ງໃນເມືອງນັ້ນຊາວບ້ານຕ້ອງປະສົບກັບບັນຫາການຂາດແຄນອາຫານຢ່າງຮຸນແຮງ ທ່ານໄດ້ພະຍາຍາມຕິດຕໍ່ຂໍແປ້ງສາລີຈາກລັດທະບານມາຊ່ວຍບັນເທົາທຸກປະຊາຊົນຈົນສຳເລັດ. 2 ປີຕໍ່ມາ ໃນປີ ຄ.ສ 1847 ທ່ານໄຣໄຟເຊັນ ໄດ້ເລີ່ມຈັດຕັ້ງສະຫະພັນເຂົ້າໜົມປັງຂຶ້ນ ໂດຍເຮັດເຂົ້າໜົມປັງ ແລະ ຂາຍໃຫ້ຊາວບ້ານໃນລາຄາຖືກ ເຊິ່ງພໍຊ່ວຍໃນການແກ້ໄຂ້ບັນຫາເລື່ອງອາຫານໄດ້. ໃນເດືອນທັນວາ ປີ ຄ.ສ 1847 ທ່ານໄຣໄຟເຊັນ ໄດ້ຍ້າຍໄປເປັນເຈົ້າເມືອງເມືອງແຟຣມເມີເຟລ, ເຢຍລະມັນຕາເວັນຕົກ ເມືອງນີ້ທ່ານໄດ້ຈັດຕັ້ງສະຫະພັນລ້ຽງສັດຂຶ້ນ ໂດຍເຮັດກິດຈະກຳຮັບຊື້ ແລະ ຂາຍສັດລ້ຽງໃນລາຄາຖືກ. ຈາກປະສົບການເຫຼົ່ານີ້, ທ່ານໄຣໄຟເຊັນ ໄດ້ເລີ່ມເຫັນແນວທາງທີ່ຈະຊ່ວຍເຫຼືອຊາວບ້ານໄດ້ ໂດຍຕັ້ງຂໍ້ສະຫຼຸບໄວ້ວ່າ: ຄວາມຕ້ອງການທີ່ແທ້ຈິງຂອງຊາວບ້ານນັ້ນຄືເງິນ ແນ່ນອນວ່າສະຫະພັນເຂົ້າໜົມປັງ ແລະ ສະຫະພັນລ້ຽງສັດນັ້ນເປັນສິ່ງທີ່ດີ.

ແຕ່ຊາວບ້ານນັ້ນມີຄວາມແຕກຕ່າງກັນ ສະຫະພັນເຂົ້າໜົມປັງສາມາດແກ້ໄຂບັນຫາເລື່ອງອາຫານໄດ້, ສະຫະພັນລ້ຽງສັດສາມາດແກ້ໄຂບັນຫາເລື່ອງເຄື່ອງມືໃນການເຮັດກະສິກຳໄດ້ແຕ່ໃນ 2 ຢ່າງນັ້ນບໍ່ສາມາດແກ້ໄຂບັນຫາຄວາມເຈັບປ່ວຍໄດ້, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ ແລະ ບັນຫາອຶ່ນໆ. ດັ່ງນັ້ນ, ເງິນຈຶ່ງເປັນຊື່ກາງທີ່ສາມາດແລກສິ່ງທີ່ປະສົງເຫຼົ່ານັ້ນໄດ້. ໃນປີ ຄ.ສ 1852 ເມືອງ ເຮດເດສດອກ ທ່ານໄຣໄຟເຊັນ ໄດ້ພະຍາຍາມໄປຂໍຮ້ອງພວກນາຍທຶນຕ່າງໆໃຫ້ຫຼຸດດອກເບ້ຍເງິນກູ້ທີ່ໃຫ້ຊາວນາກູ້ ເພື່ອໃຫ້ມີດອກເບ້ຍຖືກລົງກວ່າເກົ່າ ເຊິ່ງໄດ້ຮັບຄວາມຮ່ວມມືເປັນຢ່າງດີ. ນອກຈາກນັ້ນ, ທ່ານໄຣໄຟເຊັນ ຍັງຊັກຊວນຜູ້ໃຈບຸນທີ່ມີຖານະການເງິນດີໄດ້ 60 ຄົນ ເພື່ອຮ່ວມກັນບໍລິຈາກເງິນ ແລະ ຈັດຕັ້ງ "ສະມາຄົມຜູ້ໃຈບຸນ" ຂຶ້ນເພື່ອໃຫ້ເງິນກູ້ໃຫ້ແກ່ຜູ້ທີ່ມີຄວາມເດືອດຮ້ອນ ໂດຍສະມາຄົມນີ້ມີຈຸດປະສົງທຳອິດ 4 ຂໍ້ຄື: 1) ເພື່ອໃຫ້ບໍລິການເງິນກູ້ໃຫ້ປະຊາຊົນຜູ້ມີຄວາມເດືອດຮ້ອນ ໂດຍບໍ່ມີດອກເບ້ຍ 2) ດູແລເດັກນ້ອຍກຳພາ ແລະ ເດັກນ້ອຍຖືກຖິ້ມ 3) ຈັດຫາງານໃຫ້ຜູ້ວ່າງງານ 4) ໃຫ້ຄວາມຮູ້ໃຫ້ແກ່ຜູ້ທີ່ສົນໃຈ ເມື່ອເປີດໃຫ້ບໍລິການໃໝ່ ຊາວບ້ານຕ່າງພາກັນມາກູ້ຢືມເງິນຢ່າງຫຼວງຫຼາຍ ບາງຄົນມາກູ້ເອົາໄປໃຊ້ຈ່າຍຟູມເຟືອຍ ເມື່ອເຖິງກຳນົດເວລາຊຳລະຄືນບໍ່ມີຄົນມາຊຳລະຄືນ ເພາະວ່າບໍ່ມີເງິນ. ທ່ານໄຣໄຟເຊັນ ໄດ້ເຫັນເຖິງຈຸດອ່ອນນີ້ ແລະ ປະກອບກັບຜູ້ໃຈບຸນເລີ່ມຖອນຕົວອອກເທື່ອລະຄົນສອງຄົນ ຕໍ່ໄປຈະຫາເງິນຈາກໃສມາໃຫ້ຊາວບ້ານກູ້ໄດ້, ສາເຫດຂອງຄວາມລົ້ມແຫຼວອີກຢ່າງໜຶ່ງແມ່ນສະມາຄົມນີ້ບໍ່ແມ່ນຂອງຊາວບ້ານ ແຕ່ເປັນຂອງຜູ້ໃຈບຸນ, ຊາວບ້ານບໍ່ມີສ່ວນຮ່ວມເລີຍເຮັດໃຫ້ຊາວບ້ານບໍ່ມີຄວາມຮູ້ສຶກເປັນເຈົ້າຂອງສະມາຄົມ. ຕໍ່ມາທ່ານໄຣໄຟເຊັນພະຍາຍາມຫາທາງເປີດໂອກາດໃຫ້ກັບຊາວບ້ານໄດ້ມີໂອກາດເປັນເຈົ້າຂອງ ແລະ ດຳເນີດທຸລະກິດສະມາຄົມນີ້ເອງ ໂດຍໃຊ້ຫຼັກ "ຊ່ວຍເຫຼືອຕົນເອງ" ສຸດທ້າຍ ເມື່ອປິ ຄ.ສ 1864 ທ່ານໄຣໄຟເຊັນ ໄດ້ປ່ຽນແປງຫຼັກການຂອງສະມາຄົມ ແລະ ປ່ຽນຊື່ໃໝ່ເປັນ "ສະຫະກອນສິນເຊື່ອເຮດເດສດອກ" ເຊິ່ງນັບເປັນສະຫະກອນສິນເຊື່ອແຫ່ງທຳອິດຂອງໂລກ.

ທຸກມື້ນີ້ໂລກເຮົາເປັນໜີ້ບຸນຄຸນ ທ່ານໄຣໄຟເຊັນ ຢ່າງຫຼວງຫຼາຍ, ມີຜູ້ສ້າງອານຸສາວະລີເພື່ອເປັນເຄື່ອງເຕືອນຄວາມຊົງຈຳໃຫ້ລະນຶກຮອດບຸນຄຸນຂອງທ່ານໄວ້ທີ່ ແຄ້ວນໄຣ ບ້ານເກີດຂອງທ່ານ ແລະ ຈາລຶກຂໍ້ຄວາມທີ່ທ່ານວ່າ "ຟຣິດຣິກວິວລຽມ ໄຣໄຟເຊັນ ພໍ່ສະຫະກອນສິນເຊື່ອ" ຫຼັງຈາກປະສົບຜົນສໍາເລັດໃນປະເທດເຢຍລະມັນ ຂະບວນການສະຫະກອນສິນເຊື່ອໄດ້ແພ່ຫຼາຍໃນປະເທດຕ່າງໆທຸກທະວີບທົ່ວໂລກ.